Posts

Showing posts from May, 2017

ປະເດັນ ລາວໂຕໂຢຕ້າ ດັບ ວຽງຈັນ ຢູໄນເຕັດ 5-2

Image
ລາວໂຕໂຢຕ້າ ເອັຟຊີ ລົງສະໜາມນັດຫຼ້າສຸດເປີດບ້ານອັດ ວຽງຈັນ ຢູໄນເຕັດ 5-2 ເກັບເພີ່ມເປັນ 9 ຄະແນນ ຢຶດອັນດັບ 2 ຂອງຕາຕະລາງຄະແນນລວມ ໂດຍມີຄະແນນເທົ່າກັບ ປກສ ເອັຟຊີ ທີມນໍາຂອງຕາຕະລາງ ເຊິ່ງໄຊຊະນະດັ່ງຫຼ້າສຸດ 3 ປະເດັນທີ່ພາໃຫ້ເກີດໄຊຊະນະມີດັ່ງນີ້: 1.ເກມສົມບູນແບບ ເມື່ອນັກເຕະເຕັມຊຸດ: ຟອມຂອງ ລາວໂຕໂຢຕ້າ ເອັຟຊີ ເລີ່ມເຂົ້າທີ່ເຂົ້າທາງຈາກຜົນ 3 ນັດທໍາອິດ ຫຼັງຈາກທີ່ຜ່າຕັດທີມໃໝ່ ຈົນເຖິງນັດຫຼ້າສຸດ ນັກເຕະທີ່ໄດ້ຮັບບາດເຈັບຫາຍເຈັບກັບມາລົງສະໜາມ ແລະ ທ່ານ ບຸນລັບ ເຄນກິຕິສັກ ຫົວໜ້າຄູຝຶກພົ້ນໂທດ ກັບມາແນະນໍາອ້າຍນ້ອງຢູ່ຂ້າງສະໜາມໄດ້ຢ່າງເຕັມທີ່ ແລະ ຈັດວາງນັກເຕະໄດ້ເໝາະສົມ ລວມເຖິງນັກເຕະທົດແທນກັນໄດ້ຫຼາຍຕໍາແນ່ງ ເຮັດໃຫ້ຜົນອອກມາສົມບູນແບບ ເປີດບ້ານຖະຫຼົ່ມ ວຽງຈັນ 5-2. 2.ການກັບມາຂອງ ພຸດດາວີ: ລາວໄດ້ຮັບໂອກາດລົງສະໜາມນັດທໍາອິດຂອງລາວພຣີເມຍລີກ 2017 ຮັບໜ້າທີ່ຄຸມແດນກາງຮ່ວມກັບ ພູທອນ ອິນນາໄລ ກັບ Shori murata ເຮັດໃຫ້ກາງຂອງທີມແໜ້ນປານລົດເມຈອດຕັນສະໜາມ ລວມທັງຍັງສົ່ງເສີມເກມບຸກໄດ້ຢ່າງໂດດເດັ່ນ. 3. ກອງໜ້າຄົມຂຶ້ນເລື້ອຍໆ: ນັດນີ້ຫົວໜ້າຄູຝຶກ ຢຶດລະບົບ 4-3-3 ໂດຍມີ 3 ປະສານໃນແດນໜ້າຢ່າງ ພິທັກ ກອງມາທິລາດ, ກາຊູ ໂຮມມະ ແລະ ບຸນທະວີ ສີປະສົງ ເປັນລະບົບທີ່ເຂົ...